parallax background
 

ຖະໜົນໄກສອນພົມວິຫານ
ບ້ານຊ້າງຄູ້ ເມືອງໄຊທານີ
ນະຄອນຫຼວງວຽງຈັນ


Contact

(+ 856)021 773053
+(856) 20 28123046

Vision and Mission


ວິໄສທັດ

ສຸຂະພາບດີ ຫ່າງໄກພະຍາດ, ຄຽງຄູ່ວິທະຍາສາດ ,ນຳໃຊ້ອຸປະກອນການແພດທີ່ທັນສະໄໝໄດ້ມາດຕະຖານສາກົນ ບໍລິການດ້ວຍໃຈ ວອງໄວ ເຂົ້າໃຈ ເພື່ອທຸກໆຄົນມີສຸຂະພາບທີ່ດີ ສັງຄົົມເພີ່ງພໍໃຈ ກ້າວສູ່ຄວາມເປັນເລີດ ດ້ານການບໍລິການສຸຂະພາບ.

ພັນທະກິດ

ມຸງເນັ້ນໃນການໃຫ້ບໍລິການສຸຂະພາບແບບຄົບວົງຈອນ ໂດຍຄະນະແພດ ແລະ ບຸກຄະລາກອນທີ່ມີຄວາມສາມາດ, ມີປະສົບການ ແລະ ຈັນຍາບັນສູງ.ນຳໃຊ້ເຄື່ອງມືອຸປະກອນການແພດ ເຕັກໂນໂລຍີ່ທີ່ທັນສະໄໝ ໄດ້ມາດຕະຖານສາກົນ.

ມຸ້ງໜ້າພັດທະນາຄຸນນະພາບການບໍລິການໃຫ້ສະດວກ ວ່ອງໄວ ແລະ ຮັບປະກັນຢ່າງຕໍ່ເນື່ອງ ເພື່ອເສີມສ້າງຄຸນນະພາບຊິວິດ ແລະ ຄວາມເພີ່ງພໍໃຈຂອງຜູ້ຮັບບໍລິການ ລວມເຖິງໃສ່ໃຈພັດທະນາຮອບດ້ານເພື່ອຄວາມຢືນຢົງຂອງອົງກອນ.

ຄວາມເປັນມາ

ໂຮງໝໍ ຫຼັກໄຊ ແມ່ນຈຸດປະສົງ ຄວາມໄຝ່ຝັນ ຂອງພວກເຮົາທີ່ມີແຜນການກໍ່ສ້າງ ມາດົນນານແລ້ວ ແລະເປັນບຸລິມະສິດພີເສດ ທີ່ພວກເຮົາຖື່ວ່າສຸຂະພາບດີຕ້ອງມາກ່ອນ. ນັ້ນເປັນແຮງຈູງໃຈທີ່ສາມາດຕັດສີນໃຈ ຮ່ວມກັນລົງທືນພັດທະນາກໍ່ສ້າງ ຢ່າງເອົາຈີງເອົາຈັງ ໂດຍໄດ້ມີການສືກສາຄົ້ນຄວ້າວຽກງານດັ່ງກ່າວນີ້ຢ່າງລະອຽດຕາມຫຼັກວິຊາການ. ຜ່ານມາເຫັນວ່າມີຄົນລາວຈຳນວນບໍ່ໜ້ອຍ ໄດ້ໄປນຳໃຊ້ການບໍລິການດ້ານສຸຂະພາບ ຢູ່ຕ່າງປະເທດ ເຮັດໃຫ້ເງີນຕາອອກນອກປະເທດ ແລະ ໃຊ້ເວລາດົນ.

ສະນັ້ນ ພວກຂ້າພະເຈົ້າເຫັນໄດ້ຄວາມສຳຄັນ ຈື່ງປືກສາຫາລືກັນເພື່ອຫາວິທີທາງເຕົ້າໂຮມຜູ້ມີຄວາມສາມາດ, ຜູ້ຊ່ຽວຊານສະເພາະທາງແຕ່ລະດ້ານມາຮວມກັນໃຫ້ກາຍເປັນສຸນລວມແພດລາວ. ແລະເພື່ອຫຼຸດຜ່ອນການໄປປີ່ນປົວຢູ່ຕ່າງປະເທດ, ຮັກສາການໄຫຼອອກຂອງເງີນຕາ ພ້ອມທັງເປັນການສ້າງວຽກເຮັດງານທຳ ແລະ ສ້າງບຸກຄະລາກອນວີຊາການແພດໃຫ້ພົ້ນເດັ່ນຂື້ນໃນສັງຄົມ.


ຄະນະຜູ້ບໍລິຫານ ໂຮງໝໍ ຫຼັກໄຊ

ເຊື່ອວ່າທີມງານທີ່ມີຄຸນນະພາບຈະສົ່ງຜົນຕໍ່ ການໃຫ້ບໍລິການທີ່ມີປະສິດທິພາບ