parallax background

ກ່ຽວກັບພວກເຮົາ

LuckXay Medical HealthCare


ດ້ວຍຄວາມຮັກ ຄວາມຫ່ວງໄຍຕໍ່ສຸຂະພາບຂອງທ່ານ ບໍລິການໂດຍບຸກຄະລາກອນສະເພາະທາງທີ່ເປັນມືອາຊີບ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແມ່ນຍໍາວ່ອງໄວ ໃຫ້ສຸຂະພາບດີເປັນຂອງທ່ານ ບໍລິການທີ່ດີເປັນຂອງພວກເຮົາ ກ້າວສູ່ຄວາມທັນສະໄໝ ນໍາໜ້າໃນດ້ານບໍລິການ
ທຸກຄວາມສຸກທຸກຮອຍຍິ້ມຂອງທ່ານ ທີ່ຫຼັກໄຊຄລີນິກ

ຄວາມເປັນມາ


ຫຼັກໄຊຄລີນິກແມ່ນຈຸດປະສົງຄວາມໄຝ່ຝັນຂອງພວກເຮົາທີ່ມີແຜນການກໍ່ສ້າງມາດົນນານແລ້ວ ແລະ ເປັນບຸລິມະສິດພີເສດທີ່ພວກເຮົາຖື່ວ່າສຸຂະພາບດີຕ້ອງມາກ່ອນ. ນັ້ນເປັນແຮງຈູງໃຈທີ່ສາມາດຕັດສີນໃຈ ຮ່ວມກັນລົງທືນພັດທະນາກໍ່ສ້າງ ຢ່າງເອົາຈີງເອົາຈັງໂດຍໄດ້ມີການສືກສາຄົ້ນຄວ້າວຽກງານດັ່ງກ່າວນີ້ຢ່າງລະອຽດຕາມຫຼັກວິຊາການ. ຜ່ານມາເຫັນວ່າມີຄົນລາວຈຳນວນບໍ່ໜ້ອຍ ໄດ້ໄປນຳໃຊ້ການບໍລິການດ້ານສຸຂະພາບ ຢູ່ຕ່າງປະເທດ ເຮັດໃຫ້ເງີນຕາອອກນອກປະເທດ ແລະ ໃຊ້ເວລາດົນ.
ສະນັ້ນ ພວກຂ້າພະເຈົ້າເຫັນໄດ້ຄວາມສຳຄັນ ຈື່ງປືກສາຫາລືກັນເພື່ອຫາວິທີທາງເຕົ້າໂຮມຜູ້ມີຄວາມສາມາດ, ຜູ້ຊ່ຽວຊານສະເພາະທາງແຕ່ລະດ້ານມາຮວມກັນໃຫ້ກາຍເປັນສຸນລວມແພດລາວ. ແລະເພື່ອຫຼຸດຜ່ອນການໄປປີ່ນປົວຢູ່ຕ່າງປະເທດ, ຮັກສາການໄຫຼອອກຂອງເງີນຕາ ພ້ອມທັງເປັນການສ້າງວຽກເຮັດງານທຳ ແລະ ສ້າງບຸກຄະລາກອນວີຊາການແພດໃຫ້ພົ້ນເດັ່ນຂື້ນໃນສັງຄົມ.

ວິໄສທັດ


ສຸຂະພາບດີ ຫ່າງໄກພະຍາດ, ຄຽງຄູ່ວິທະຍາສາດ ,ນຳໃຊ້ອຸປະກອນການແພດທີ່ທັນສະໄໝໄດ້ມາດຕະຖານສາກົນ ບໍລິການດ້ວຍໃຈ ວອງໄວ ເຂົ້າໃຈ ເພື່ອທຸກໆຄົນມີສຸຂະພາບທີ່ດີ ສັງຄົົມເພີ່ງພໍໃຈ ກ້າວສູ່ຄວາມເປັນເລີດ ດ້ານການບໍລິການສຸຂະພາບ.

ພັນທະກິດ


ມຸງເນັ້ນໃນການໃຫ້ບໍລິການສຸຂະພາບແບບຄົບວົງຈອນ ໂດຍຄະນະແພດ ແລະ ບຸກຄະລາກອນທີ່ມີຄວາມສາມາດ, ມີປະສົບການ ແລະ ຈັນຍາບັນສູງ.ນຳໃຊ້ເຄື່ອງມືອຸປະກອນການແພດ ເຕັກໂນໂລຍີ່ທີ່ທັນສະໄໝ ໄດ້ມາດຕະຖານສາກົນ. ມຸ້ງໜ້າພັດທະນາຄຸນນະພາບການບໍລິການໃຫ້ສະດວກ ວ່ອງໄວ ແລະ ຮັບປະກັນຢ່າງຕໍ່ເນື່ອງ ເພື່ອເສີມສ້າງຄຸນນະພາບຊິວິດ ແລະ ຄວາມເພີ່ງພໍໃຈຂອງຜູ້ຮັບບໍລິການ ລວມເຖິງໃສ່ໃຈພັດທະນາຮອບດ້ານເພື່ອຄວາມຢືນຢົງຂອງອົງກອນ.
parallax background

ຈຸດປະສົງ


  • ເພື່ອເຕົ້າໂຮມບັນດາທ່ານໝໍຊ່ຽວຊານສະເພາະຂອງຄົນລາວໃນສາຂາວີຊາຊີບປີ່ນປົວຕ່າງໆມາລວມກັນໃຫ້ເປັນສຸນບໍລິການດ້ານການສົ່ງເສີມສຸຂະພາບໃຫ້ສົມບຸນແບບ.
  • ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ມີເງື່ອນໄຂໃນການໃຊ້ຈ່າຍດ້ວຍຕົນເອງຫລືບໍລີສັດປະກັນໄພທີ່ສັງກັດຢູ່ຮັບຜິດຊອບຄ່າໃຊ້ຈ່າຍເພື່ອການດູແລສຸຂະພາບໃຫ້ ຜູ້ບໍ່ມີເວລາ ຫຼື ບໍ່ສະດວກໃນການໄປໃຊ້ບໍລິການຕາມສະຖານທີ່ບໍລິການຂອງລັດເຊັ່ນໂຮງໝໍ ແລະ ສຸນບໍລິການຕ່າງໆຂອງລັດ.
  • ເພື່ອຍົກສູງຄວາມຮູ້ຄວາມສາມາດຂອງແພດລາວໃຫ້ສັງຄົມຍອມຮັບ ແລະ ໃຫ້ສັງຄົມມີທາງເລືອກໃຊ້ບໍລິການບ່ອນທີ່ສະດວກກ່ວາ ໃນປະຈຸບັນນີ້ຄົນລາວເຮົາຜູ້ມີຄວາມສາມາດໃຊ້ຈ່າຍຄ່າດູແລຮັກສາສຸຂະພາບຕົນເອງ ແລະ ຄອບຄົວໄປໃຊ້ບໍລິການຢູ່ຕ່າງປະເທດຢ່າງຫຼວງຫຼາຍ ຫຼັກໄຊ ຄລີນິກ ພວກເຮົາພ້ອມຈະສ້າງຄວາມເຊື່ອໝັ້ນ ສ້າງຄວາມສະດວກສະບາຍໃຫ້ພວກທ່ານເພື່ອເປັນທາງເລືອກ ອີກແຫ່ງໜື່ງ.

ແຜນພັດທະນາ


  1. ພັດທະນາ ຫຼັກໄຊ ຄລີນິກ ໃຫ້ເປັນສູນ ການສົ່ງເສີມສຸຂະພາບ ແລະ ໃຫ້ຄຳປຶກສາດ້ານການແພດແກ່ຜູ້ມາໃຊ້ບໍລິການໃຫ້ມີຄວາມເຊື່ອໝັ້ນ ແລະ ປະທັບໃຈ.
  2. ພັດທະນາເປັນສຸນການວິນິດໃສພະຍາດ ຫຼື ສຸນວິເຄາະພະຍາດໃຫ້ແກ່ບັນດາທ່ານໝໍທີ່ປະກອບອາຊີບການປິ່ນປົວຢູ່ໂຮງໝໍລັດ ແລະ ເອກະຊົນໃຫ້ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ.
  3. ພັດທະນາເປັນສູນບໍລິການດ້ານການແພດໃຫ້ທຽບເທົ່າກັບສາກົນໂດຍເນັ້ນໃສ່ຫຼັກການຄຸນນະທຳ ຈັນຍາບັນ ຈັນຍາທຳແພດ ບໍ່ເອົາລັດເອົາປຽບຜູ້ກຳລັງມີຄວາມທຸກທາງດ້ານຈິດໃຈ ແລະ ຮ່າງກາຍ.
  4. ພັດທະນາເປັນສູນສົ່ງຕໍ່ຢ່າງມີລະບົບໂດຍບຸກຄະລາກອນແພດທີ່ເປັນມືອາຊີບ ແລະ ເຄື່ອງມືທີ່ທັນສະໄໝ.
  5. ພັດທະນາ ຫຼັກໄຊ ຄລີນິກ ໃຫ້ກາຍເປັນໂຮງໝໍທັນສະໄໝໃນອານາຄົດ ໃຫ້ເປັນທີ່ຍອມຮັບຈາກສັງຄົມ.

ທີມແພດຊ່ຽວຊານສະເພາະທາງຂອງພວກເຮົາ




ທ່ານ ດຣ ບຸນມີ ສົມສະໝຸດ
DR. Bounmy SOMSAMOUTH

ຜູ້ອໍານວຍການໃຫຍ່ ໂຮງໝໍ ຫຼັກໄຊ
General Managing Director


ທ່ານ ດຣ ທັດສະພອນ ແກ້ວພັນທຸວົງ
DR. Thatsaphone KEOPHANTHOUVONG

ຫົວໜ້າກຳມະການແພດ ໂຮງໝໍ ຫຼັກໄຊ
Deputy Managing Director


ທ່ານ ດຣ. ຄຳໃບ ອຸດທະລັງສີ
Dr. Khambay OUTHALANGSY

ແພດຊ່ຽວຊານຂັ້ນ1 ຜ່າຕັດທົ່ວໄປແລະກະດູກ
General surgeon


ທ່ານ ດຣ. ວິລະສັກ ຣາຊໂພ
Dr. Vilasack RAJPHO

ແພດຊ່ຽວຊານຂັ້ນ1 ຮູບພາບລັງສີ
General Radiologist



ທ່ານ ດຣ. ສຸລິເດດ ວີໄລວົງ
Dr. Soulideth VILAYVONG

ແພດຊ່ຽວຊານຂັ້ນ2 ພະຍາດວິທະຍາ
Pathologist


ທ່ານ ດຣ. ວິໄຊ ຈັນທະລາແກ້ວ
Dr. Vixay CHANTHALAKEO

ຊ່ຽວຊານຂັ້ນ1 ປະສູດ ແລະ ພະຍາດຍິງ
Obstretic -Gynecologist


ທ່ານ ດຣ. ດຳລົງສິນ ດວງສະຫວັນ
Dr. Damlongsinh DOUANGSAVANH

ແພດຊ່ຽວຊານຂັ້ນ1 ຜ່າຕັດທົ່ວໄປແລະກະດູກ
General surgeon


ທ່ານ ດຣ. ວິໄລກອນ ແກ້ວມະນີ
Dr. Vilaykone KEOMANY

ທ່ານໝໍປິ່ນປົວທົ່ວໄປ
General medical



ທ່ານ ດຣ. ສີອຳພອນ ແສງລາວົງ
Dr. Siamphone SENGLAVONG

ທ່ານໝໍປິ່ນປົວທົ່ວໄປ
General medical


ທ່ານ ດຣ. ນິງ ແສງລາວົງ
Dr. Siamphone SENGLAVONG

ທ່ານໝໍປິ່ນປົວທົ່ວໄປ
General medical