ຂໍ້ມູນຂ່າວສານ


ພິທີເປີດ ຄລີນິກຫຼັກໄຊຢ່າງເປັນທາງການ

ເປີດໃຫ້ບໍລິການຢ່າງເປັນທາງການ ວັນທີ14 ສິງຫາ ປີ2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ບຸນກອງສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ບັນດາແຂກທີ່ມີກຽດທັງພາກລັດ ແລະ ເອກະຊົນ.
ພາຍໃນງານ ທ່ານ ດຣ ບຸນມີ ສົມສະໝຸດ ໄດ້ກ່າວວ່າ: ພວກຂ້າພະເຈົ້າເຫັນໄດ້ຄວາມສຳຄັນ ຈື່ງປືກສາຫາລືກັນເພື່ອຫາວິທີທາງເຕົ້າໂຮມຜູ້ມີຄວາມສາມາດ, ຜູ້ຊ່ຽວຊານສະເພາະທາງແຕ່ລະດ້ານມາຮວມກັນໃຫ້ກາຍເປັນສຸນລວມແພດລາວ. ແລະເພື່ອຫຼຸດຜ່ອນການໄປປີ່ນປົວຢູ່ຕ່າງປະເທດ, ຮັກສາການໄຫຼອອກຂອງເງີນຕາ ພ້ອມທັງເປັນການສ້າງວຽກເຮັດງານທຳ ແລະ ສ້າງບຸກຄະລາກອນວີຊາການແພດໃຫ້ພົ້ນເດັ່ນຂື້ນໃນສັງຄົມ.

LuckXay Clinic


ພາບບັນຍາກາດ ໃນມື້ເປີດງານ

PROMOTION

ພວກເຮົາແມ່ນ ໂຮງໝໍ ຫຼັກໄຊ ຍິນດີຕ້ອນຮັບທຸກໆທ່ານ ດ້ວຍຄວາມຫ່ວງໃຍ ແລະ ໃສ່ໃຈສຸຂະພາບຂອງທ່ານ. ພວກເຮົາມີ ບໍລິການກວດພະຍາດທົ່ວໄປ,ນໍາໃຊ້ເຄື່ອງມືທີ່ທັນສະໄໝ ແລະ ຍັງມີທ່ານໝໍຜູ້ຊ່ຽວຊານ ໃນດ້ານຕ່າງໆ. ສຳລັບລູກຄ້າທີ່ເຂົ້າມາກວດເຊັກສຸຂະພາບປະຈຳປີ ນຳພວກເຮົາ ນັບແຕ່ມື້ນີ້ເປັນຕົ້ນໄປ ທາງໂຮງໝໍຂອງພວກເຮົາ ຈະມີສ່ວນລຸດ ເຖິງ 30% ສໍາລັບ 50 ທ່ານແລກ




Useful Information

ເປັນຫຍັງ ເຮົາຕ້ອງກວດປະຈຳປີ ?
ເຮົາມີຄຳຕອບ ການກວດປະຈຳປີເປັນການກວດກັ່ນກອງຫາພະຍາດທີ່ອາດເກີດຂື້ນກັບທ່ານ ແຕ່ບໍ່ສະແດງອາການອອກ ເຊີ່ງທຸກຄົນມີໂອກາດເປັນພະຍາດຮ້າຍແຮງຕັ້ງແຕ່ກຳເນີດຈົນຮອດໄລຍະສຸດທ້າຍຂອງຊີວິດ. ເພາະບາງພະຍາດອາດຈະສະແດງອາການກໍຕໍ່ເມື່ອປ່ວຍເປັນໄລຍະສຸດທ້າຍທີ່ບໍ່ສາມາດຮັກສາໄດ້ແລ້ວ. ການກວດສຸຂະພາບຈື່ງເປັນ ການກວດຫາຄວາມສຽ່ງ ແລະ ຄວາມຜິດປົກກະຕິທີ່ອາດຈະນຳໄປສູ່ພາວະຮ້າຍແຮງໃນອານາຄົດ. ສຳລັບພະຍາດທີ່ພົບເຫັນຫລາຍແມ່ນ: ພະຍາດທີ່ບໍ່ຕິດຕໍ່ ແລະ ພະຍາດຕິດຕໍ່ ,ພະຍາດບໍ່ຕິດຕໍ່ ເຊັ່ນ : ພະຍາດຫົວໃຈ ແລະ ຫລອດເລືອດ, ເບົາຫວານ, ພະຍາດອຸປະຕິເຫດເສັ້ນເລືອດສະໜອງ, ອຳມະພຶກ,ອຳມະພາດ,ໝາກໄຂ່ຫລັງ,ມະເຮັງຕັບ ແລະ ມະເຮັງປາກມົດລູກ. ພະຍາດທີ່ຕິດຕໍ່ ເຊັ່ນ: ຕັບອັກເສບ ຈາກ ໄວລັດ ( Hepatits B Virus, C, A ,E, HIV ) ແລະ ອື່ນໆ. ທ່ານເດ ! ປີນີ້ທ່ານ ໄດ້ກວດເຊັກສຸຂະພາບລະບໍ ? ຖ້າທ່ານຍັງ ຫລື ມີແຜນກວດສຸຂະພາບປະຈຳປີ ເຮົາມີໂປຮພິເສດ ສຳລັບທ່ານມາໃຫ້ແລ້ວ. ລູກຄ້າທີ່ເຂົ້າມາກວດສຸຂະພາບປະຈຳປີ ນັບແຕ່ມື້ນີ້ ເປັນຕົ້ນໄປ ເຮົາຈະມີສ່ວນລຸດເຖີງ 30%



ພິທີເປີດ ໂຮງໝໍ ຫຼັກໄຊຢ່າງເປັນທາງການ

ເປີດຢ່າງເປັນທາງການ ວັນທີ 28 ທັນວາ ປີ 2022 ຢູ່ທີ່ ພັດຕາຄານດາວວຽງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຍັງມີບັນດາທ່ານ ຮອງລັດຖະມົນຕີ, ທ່ານຫົວໜ້າກົມ, ທ່ານອຳນວຍການ ໂຮງໝໍມິດຕະພາບ, ມະໂຫສົດ, ເສດຖາທິຣາດ, ແມ່ ແລະ ເດັກ, ໂຮງໝໍເດັກມິດຕະພາບ, ສາທານະຄອນຫຼວງ ແລະ ຄະນະບໍລິຫານ ໂຮງໝໍຫຼັກໄຊ ເພື່ອເປັນສັກຂີພະຍານໃນຄັ້ງນີ້. ທ່ານ ດຣ ບຸນມີ ສົມສະໜຸດ ຜູ້ອຳນວຍການໂຮງໝໍຫຼັກໄຊ ພ້ອມທັງເປັນຮອງປະທານໂຮງໝໍຜູ້ທີ່ໜື່ງກ່າວວ່າ: ໂຮງໝໍຫຼັກໄຊ ເປັນໂຮງໝໍເອກະຊົນອີກແຫ່ງຫນຶ່ງ ຊຶ່ງໄດ້ຮັບອະນຸຍາດຈາກ ກະຊວງແຜນການ ແລະ ການລົງທືນ ແລະ ກະຊວງສາທາລະນະສຸກ ຢ່າງຖືກຕ້ອງຕາມກົດໝາຍຂອງ ສປປລາວ.
ໂຮງໝໍຫຼັກໄຊໄດ້ເລີ່ມກໍ່ສ້າງໃນກາງປີ 2019 ແລະໄດ້ເປີດນຳໃຊ້ໃຫ້ບໍລິການຢ່າງເປັນທາງການໃນວັນທີ 14 ກັນຍາ 2020 ດ້ວຍການໃຫ້ບໍລິການໃນຮູບແບບຄລີນິກຮ້ອງຊື່ວ່າ ຫຼັກໄຊຄລີນິກ ຫຼື ຫ້ອງກວດພະຍາດຫຼັກໄຊ.ແຕ່ໃນເມື່ອເຫັນໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມຕອບຮັບຂອງສັງຄົມກໍ່ຄືຜູ້ມາໃຊ້ບໍລິການນັບມື້ເພີ່ມຫຼາຍຂື້ນດັ່ງນັ້ນ, ພວກເຮົາຈື່ງຂໍອະນຸຍາດເລື່ອນຈາກການບໍລິການໃນຮູບແບບຄລີນິກມາເປັນການໃຫ້ບໍລິການແບບໂຮງໝໍຢ່າງເຕັມຮູບແບບ ແລະ ໄດ້ຮັບໃບອານຸຍາດຈາກກະຊວງ ສາທາລະນະສຸກ ໃຫ້ເປັນໂຮງໝໍຫຼັກໄຊ ຕັ້ງແຕ່ວັນທີ 23 ກັນຍາ 2022 ພ້ອມທັງໄດຈັດພິທີເປີດປ້າຍຢ່າງເປັນທາງການໃນມື້ນີ້ ວັນທີ 28 ທັນວາ 2022.
ເມື່ອເຫັນໄດ້ສະພາບຄວາມຮຽກ ຮ້ອງການຂອງສັງຄົມໃນປະຈຸບັນເຫັນວ່າຄົນສ່ວນຫຼາຍຫັນມາໃສ່ໃຈດູແລສຸຂະພາບຂອງຕົນເອງ ແລະ ຄົນໃກ້ສິດນັບມື້ນັບຫຼາຍຂື້ນເຊີ່ງເຫັນໄດ້ວ່າ: ມີຜູ້ຄົນທຸກເພດ ທຸກໄວພາກັນອອກກໍາລັງກາຍຢ່າງຫຼວງຫຼາຍເປັນຂະບວນການ, ມີທັງຄົນລາວ ແລະ ຊາວຕ່າງດ້າວ ເຂົ້າມາກວດເຊັກສຸຂະພາບປະຈຳປີຕາມຈຸດບໍລິການຕ່າງໆຢ່າງຕໍ່ເນື່ອງ ແລະ ຍັງເຫັນໄດ້ອີກວ່າສະພາບຄວາມເປັນຈີງຂອງບ້ານເຮົາໃນປະຈຸບັນນີ້ສູນການໃຫ້ບໍລິການດ້ານສຸຂະພາບ ຫຼື ດ້ານການແພດກໍມີບໍ່ຫຼາຍ ທັງຍັງເປັນແບບກະແຈກກະຈາຍບໍ່ລວມສູນ ເຊີ່ງບໍ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍ່ຄືຜູ້ມາໃຊ້ບໍລິການຍັງບໍ່ໄດ້ດີເທົ້າທີ່ຄວນ ສະນັ້ນ, ຈື່ງເຮັດໃຫ້ຄົນລາວເຮົາ ຫຼືຊາວຕ່າງດ້າວທີ່ອາໃສຢູ່ໃນລາວຜູ້ມີເງື່ອນໄຂຫັນໄປໃຊ້ບໍລິການຢູ່ຕ່າງເທດໂດຍສະເພາະປະເທດເພື່ອນບ້ານຂອງພວກເຮົາເປັນຈຳນວນຫຼວງຫຼາຍ.
ເມື່ອເຫັນບັນຫາທີ່ກ່າວມາຂ້າງເທີງນັ້ນຄະນະບໍລິຫານໂຮງໝໍຫຼັກໄຊຈື່ງມີຈຸດປະສົງ, ມີເປົ້າໝາຍ ມີວິໃສທັດ ແລະ ແຜນພັດທະນາດັ່ງນີ້: “ ພັດທະນາບຸກຄະລາກອນແພດຢ່າງເປັນມືອາຊີບ ຕິດພັນກັບວິທະຍາສາດ ກ້າວສູ່ຄວາມເປັນເລີດການໃຫ້ບໍລິການສຸຂະພາບສັງຄົມຍອມຮັບຜູ້ໃຊ້ບໍລິການມີຄວາມເພີ່ງພໍໃຈ” ຈຸດປະສົງຂອງໂຮງໝໍຫຼັກໄຊແມ່ນຈະປະຕິບັດໃຫ້ໄດ້ຕາມວິໃສທັດທີ່ຕັ້ງໄວ້ທາງໂຮງໝໍຈື່ງມີຈຸດປະສົງຫຼັກດັ່ງນີ້:
1. ເພື່ອອຳນວຍຄວາມສະດວກ ຫຼື ເປັນທາງເລືອກໃຫ້ແກ່ຜູ້ມາໃຊ້ບໍລິການໃຫ້ງ່າຍຂື້ນ ແລະເພື່ອຫລຸດ ຜ່ອນການຮົ່ວໄຫລເງີນຕາອອກນອກປະເທດ.

2. ເພື່ອເຕົ້າຮວມບັນດາທ່ານໝໍຊ່ຽວຊານສະເພາະທາງ ໃນສາຂາວິຊາຊີບປີ່ນປົວຕ່າງໆ ມາລວມກັນໃຫ້ ກາຍເປັນສູນບໍລິການສຸຂະພາບແບບຄົບວົງຈອນ ແລະມືອາຊີບ.

3. ເພື່ອພັດທະນາໜ່ວຍງານຫ້ອງວິເຄາະ ບົ່ງມະຕິພະຍາດໃຫ້ມີຄວາມແນ່ນອນແມ່ນຍຳ ໜ້າເຊື່ອຖື ເພື່ອໃຫ້ທ່ານໝໍນຳໃຊ້ເຂົ້າໃນການປີ່ນປົວຄົນເຈັບ.

4. ພັດທະນາໜ່ວຍແພດ ພະຍາບານ ລົດອຳບູຍລັ່ງ ຫລື ລົດຮັບ-ສົ່ງຄົນເຈັບ ເຄື່ອນທີ່ ເພື່ອລົງຕິດຕາມ ປີ່ນປົວຄົນເຈັບກັບທີ່ ໃນກໍລະນີຜູ້ໃຊ້ບໍລິການບໍ່ສະດວກມາໂຮງໝໍ (ໂດຍປະຕິບັດຄຳຂວັນທີ່ວ່າ: ຖ້າທ່ານ ມາຫາພວກເຮົາບໍ່ໄດ້ ພວກເຮົາຈະໄປດູແລທ່ານເຖິງເຮືອນ)

5. ພັດທະນາລະບົບສື່ສານ ລະຫວ່າງແພດກັບຄົນເຈັບໃຫ້ທັນສະໄໝ, ວ່ອງໄວທັນສະພາບການ (ຄົນເຈັບ ບໍ່ຈຳເປັນຕ້ອງມາຫາແພດທຸກຄັ້ງແຕ່ສາມາສື່ສານກັນໄດ້) ເປົ້າໝາຍສູງສຸດຄື: ພັດທະນາໂຮງໝໍຫຼັກໄຊ ກ້າວສູ່ຄວາມເປັນເລີດ ທາງດ້ານການບໍລິການ ສຸຂະພາບ ໂດຍປະຕິບັດຕາມວິໃສທັດຂອງໂຮງໝໍທີ່ວ່າ “ພັດທະນາບຸກຄະລາກອນ ຢ່າງເປັນມືອາຊີບຕິດພັນກັບວິທະຍາສາດກ້າວສູ່ຄວາມເປັນເລີດທາງດ້ານການບໍລິການສຸຂະພາບສັງຄົມຍອມຮັບຜູ້ໃຊ້ບໍລິການມີຄວາມເພີ່ງພໍໃຈ” ແຜນພັດທະນາຕໍ່ໜ້າຂອງໂຮງໝໍຫຼັກໄຊມີດັ່ງນີ້:

1. ຈະຂະຫຍາຍໂຮງໝໍ ຫຼັກໄຊ ຈາກ 30 ຕຽງ ເປັນ 70 ແລະ 100 ຕຽງ ໃນອານາຄົດ.

2. ນຳເຂົ້າອຸປະກອນການແພດທີ່ທັນສະໄໝເພື່ອສົມທົບການບົ່ງມະຕິພະຍາດ ແລະການປີ່ນປົວໃຫ້ທັນກັບສະພາບການໃຫ້ຜູ້ໃຊ້ບໍລິການໄດ້ຮັບຜົນປະໂຫຍດສູງສຸດ.

3. ພັດທະນາບຸກຄະລາກອນແພດໃຫ້ເປັນມືອາຊີບທຽບເທົ່າກັບພາກພື້ນ ແລະສາກົນ.